ກົນໄກການແກ້ໄຂ ຄຳຮ້ອງທຸກ ສຳລັບຊຸມຊົນ ຢູ່ໃນ ສປປ ລາວ
ປຶ້ມຄູ່ມືສະບັບນີ້ ມີຈຸດປະສົງເພື່ອຊ່ວຍໃຫ້ຊຸມຊົນທ້ອງຖິ່ນທີ່ໄດ້ຮັບຜົນກະທົບຈາກການລົງທຶນເຂົ້າເຖິງກົນໄກການຮ້ອງທຸກຂອງບໍລິສັດ, ກົນໄກການແກ້ໄຂຂໍ້ຂັດແຍ່ງຂອງລັດຖະບານຢ່າງເປັນທາງການ ຫຼືການໄກ່ເກ່ຍຂັ້ນບ້ານ ເມື່ອເຂົາເຈົ້າຮູ້ສຶກວ່ານັກລົງທຶນລະເມີດສິດຂອງເຂົາເຈົ້າ ຫຼືມີຄວາມກັງວົນກ່ຽວກັບການລົງທຶນໃນພາກພື້ນຂອງເຂົາເຈົ້າ.