ຂັ້ນຕອນການລົງທຶນ ແລະ ຂະບວນການ ເພື່ອຮັບປະກັນ ການລົງທຶນໃນຂະແໜງກະ ສິກຳ ແລະ ປ່າໄມ້ຢ່າງມີຄວາມ ຮັບຜິດຊອບຢູ່ ສປປ ລາວ
ລັດຖະບານຢູ່ປະເທດກຳລັງພັດທະນາ ລວມທັງສປປ ລາວ ໄດ້ສົ່ງເສີມການລົງທຶນໃນຂົງເຂດທີ່ດິນໃນຂະແໜງກະສິກຳ ແລະ ປ່າໄມ້ ເພື່ອເປັນວິທີການໜຶ່ງ ໃນການຮັບມືກັບ ການຂະຫຍາຍຕົວຂອງປະຊາກອນໂລກ ແລະ ການເພີ່ມຂຶ້ນຂອງລາຄາອາຫານ ໂລກ. ຖ້າດຳເນີນຢ່າງມີຄວາມຮັບຜິດຊອບ, ການລົງທຶນເຫຼົ່ານີ້ສາມາດເປັນເຄື່ອງມືຊຸກຍູ້ ການພັດທະນາເສດຖະກິດ-ສັງຄົມ. ການລົງທຶນເຫຼົ່ານີ້ ບໍ່ພຽງແຕ່ສ້າງລາຍຮັບ ແລະ ເພີ່ມລາຍຮັບແຫ່ງຊາດເທົ່ານັ້ນ ແຕ່ມັນຍັງປະກອບສ່ວນອັນສຳຄັນເຂົ້າໃນການ ພັດທະນາຊົນນະບົດ ດ້ວຍການສ້າງໂອກາດການຈ້າງງານ, ປັບປຸງພື້ນຖານໂຄງລ່າງ ແລະ ການເຂົ້າເຖິງຕະຫຼາດ.