ການວາງແຜນນໍາໃຊ້ທີ່ດິນແບບມີສ່ວນຮ່ວມ ໃນ ສປປ ລາວ ສູ່ການພັດທະນາຂົງເຂດຊົນນະບົດແບບຍືນຍົງ
ການວາງແຜນນຳໃຊ້ທີ່ດິນມີປະຫວັດຄວາມເປັນມາອັນຍາວນານໃນ ສປປ ລາວ ແລະ ໄດ້ຖືກນຳໃຊ້ຜ່ານຫຼາຍຮູບແບບໃນທົ່ວປະເທດຕັ້ງແຕ່ຊຸມປີ 1990 (Ling, 2017). ການວາງແຜນນໍາໃຊ້ທີ່ດິນສາມາດສ້າງເງື່ອນໄຂເບື້ອງຕົ້ນທີ່ຈໍາເປັນ ເພື່ອບັນລຸການນໍາໃຊ້ທີ່ດິນແບບມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ, ມີຄວາມເປັນທຳຕໍ່ສັງຄົມ ແລະ ມີເສດຖະກິດທີ່ເຂັ້ມແຂງ ແລະ ໜ້າເພິ່ງພໍໃຈ (Pickardt & Wehrmann, 2011).