ການວາງແຜນນຳໃຊ້ທີ່ດິນມີປະຫວັດຄວາມເປັນມາອັນຍາວນານໃນ ສປປ ລາວ ແລະ ໄດ້ຖືກນຳໃຊ້ຜ່ານຫຼາຍຮູບແບບໃນທົ່ວປະເທດຕັ້ງແຕ່ຊຸມປີ 1990 (Ling, 2017). ການວາງແຜນນໍາໃຊ້ທີ່ດິນສາມາດສ້າງເງື່ອນໄຂເບື້ອງຕົ້ນທີ່ຈໍາເປັນ ເພື່ອບັນລຸການນໍາໃຊ້ທີ່ດິນແບບມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ, ມີຄວາມເປັນທຳຕໍ່ສັງຄົມ ແລະ ມີເສດຖະກິດທີ່ເຂັ້ມແຂງ ແລະ ໜ້າເພິ່ງພໍໃຈ (Pickardt & Wehrmann, 2011).
ວຽກງານວາງແຜນນຳໃຊ້ທີ່ດິນໃນໄລຍະທີ່ຜ່ານມາ ໄດ້ປະສົມປະສານວິທີການທີ່ສົ່ງເສີມການມີສ່ວນຮ່ວມ ແລະ ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝຫຼາຍຂຶ້ນເລື້ອຍໆ. ໜຶ່ງໃນບັນດາວິທີການເຫຼົ່ານີ້ທີ່ໄດ້ຖືກນໍາໃຊ້ຢູ່ໃນ ສປປ ລາວ ແມ່ນ ການວາງແຜນນໍາໃຊ້ທີ່ດິນແບບມີສ່ວນຮ່ວມ ແລະ ການຄຸ້ມຄອງທີ່ດິນກະສິກໍາແບບມີສ່ວນຮ່ວມ (PLUP/PALM), ເຊິ່ງຈັດຕັ້ງປະຕິບັດໂດຍລັດຖະບານລາວ ດ້ວຍການສະໜັບສະໜູນຈາກ GIZ ຜ່ານທາງ ແຜນງານສາກົນດ້ານນະໂຍບາຍທີ່ດິນທີ່ມີຄວາມຮັບຜິດຊອບ ຕັ້ງແຕ່ປີ 2017.
ກໍລະນີສຶກສາສະບັບນີ້ ມີຈຸດປະສົງເພື່ອສະແດງໃຫ້ເຫັນເຖິງຜົນກະທົບທາງບວກ ຕໍ່ກັບການບໍລິການສາທາລະນະ ແລະ ຊຸມຊົນໃນຂົງເຂດຊົນນະບົດ ພ້ອມທັງການປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງໃນວົງກວ້າງ ເຊິ່ງນຳສະເໜີຜ່ານບັນດາຈຸດພົ້ນເດັ່ນຈາກການຈັດຕັ້ງປະຕິບັດແນວທາງ ແລະ ວິທີການຂອງ PLUP/PALM ແລະ ລວບລວມບັນດາປັດໄຈຜົນສໍາເລັດທີ່ຕ້ອງໄດ້ເອົາໃຈໃສ່ເພື່ອໃຫ້ບັນລຸຜົນກະທົບໃນທາງບວກນີ້.